ທ່ານ ລວມພົນ ບຸນຍັງ

Assistant Vice President

ແນວຄິດສູ່ຄວາມສໍາເລັດ

ຄົນມີຄວາມສາມາດ ຖ້າໄຮ້ເຊິ່ງໂອກາດ ຄວາມສາມາດ ກໍບໍ່ມີຄວາມໝາຍ

ເລື່ອງຄວາມສໍາເລັດ

ລວມພົນ ບຸນຍັງ (ຈອນ) ຂ້ອຍເປັນຄົນໜຶ່ງ ທີ່ເກີດໃນຄອບຄົວຖານະປານກາງ ຕັ້ງແຕ່ນ້ອຍຈົນໃຫຍ່ ທຸກຄົນໃນຄອບຄົວເບິ່ງແຍງຂ້ອຍເປັນຢ່າງດີ ຮຽກວ່າບໍ່ເຄີຍລຳບາກ  ຂ້ອນໂຊກດີທີ່ເກີດມາເປັນລູກຂອງພໍ່ ແລະ ແມ່   ທັງສອງເປັນຄົນດຸໝັ່ນຫຼາຍ ຕັ້ງແຕ່ນ້ອຍຂ້ອຍເຫັນມາຕະຫຼອດວ່າ ທັງສອງເຮັດວຽກບໍ່ເຄີຍຢຸດ  ທັງສອງເວົ້ານຳຂ້ອຍຕະຫຼອດວ່າ ຄວາມດຸໝັ່ນຈະເຮັດໃຫ້ຄົນເຮົາປະສົບຄວາມສໍາເລັດໃນຊີວິດ

          ຂ້ອຍສຳເລັດການສຶກສາລະດັບ  ປວຊ. ຈາກວິທະຍາໄລເທັກນິກ ຫາດໃຫຍ່ ແລະ ຮຽນ ໃນລະດັບປະລິນຍາຕີ ທີ່ມະຫາວິທະຍາໄລລາດສະພັດຈັນກະເສມ ກຸງເທບ ຈົນສໍາເລັດການສຶກສາໃນ ຄະນະກະເສດສາດ ເອກພືດສາສາດ ເມື່ອຈົບການສຶກສາ ຂ້ອຍນັ້ນໄດ້ເປັນຄູ ເຊິ່ງເປັນອາຊີບທີ່ຂ້ອຍຮັກ ແລະ ໄຝ່ຝັນ ຢາກທີ່ຈະເປັນ ລະຫວ່າງຊ່ວງການໃຊ້ຊີວິດເປັນ ອາຈານ ທີ່ສອນຕ່າງບ້ານ ຕ່າງເມືອງ ທຸກຢ່າງລ້ວນແຕ່ມີຄ່າໃຊ້ຈ່າຍທີ່ຕ້ອງໃຊ້ເງິນ

          ໃນແຕ່ລະເດືອນເງິນບໍ່ເຄີຍພຽງ​ພໍກັບຄ່າໃຊ່ຈ່າຍ ຈະຕ້ອງຍົກຫູໂທຂໍເງິນ ພໍ່ກັບແມ່ຕະຫຼອດ ຈົນເຮັດວຽກເຂົ້າສູ່ປີທີ່ 6 ຂ້ອຍເລີ່ມມານັ່ງຄິດກັບຕົນເອງວ່າ ຖ້າຂ້ອຍຍັງເຮັດງານພຽງອາຊີບດຽວ ແລະ ມີລາຍໄດ້ທາງດຽວແບບນີ້ ເມື່ອໃດຊີວິດຈະມີໃນສິ່ງທີ່ຢາກໄດ້ແບບຄົນອື່ນໆ   ແລະທີ່ສຳຄັນເລີ່ມອາຍຕົນເອງທີ່ເຮັດວຽກແລ້ວ ແຕ່ກໍຍັງຕ້ອງໂທຂໍເງິນພໍ່ກັບແມ່ໃຊ້ທຸກເດືອນ ເລີຍຕັດສິນໃຈຖິ້ມອາຊີບໃນຝັນຂອງຕົນເອງ ຂ້ອຍຮັກ ແລະມີຄວາມສຸກກັບການສອນເດັກໆຫລາຍ  ແຕ່ຂ້ອຍຕ້ອງຕັດສິນໃຈຍ່າງອອກມາ ເພາະຜົນໄດ້ຮັບລາຍໄດ້ທີ່ມັນບໍ່ພໍກິນໃນແຕ່ລະເດືອນ ບວກກັບເປົ້າໝາຍທີ່ຂ້ອຍມີ  ຂ້ອຍຢາກມີລາຍໄດ້ທີ່ຫລາຍກວ່ານັ້ນ ເລີຍຕັດສິນໃຈປຶກສາກັບທາງບ້ານ ແລະ ພໍ່ກັບແມ່ກໍເຄົາລົບການຕັດສິນໃຈຂອງຂ້ອຍ ຂ້ອຍຈຶ່ງຕັດສິນໃຈຢື່ນຊອງຂາວລາອອກກັບຜູ້ອຳນວຍການໂຮງຮຽນ ຂ້ອຍກັບບ້ານມາ ເປີດທຸລະກິດຮ້ານສັດ-ກະເສດ ທີ່ພັດທະລຸງບ້ານເກີຂອງຂ້ອຍ ດ້ວຍເງິນລົງທຶນເກືອບ 5 ລ້ານບາດຂອງພໍ່ ແລະ ແມ່ ທີ່ລົງທຶນໃຫ້ ແຕ່ດ້ວຍປະສົບການທີາ ເຮົາບໍ່ເຄີຍເຮັດທຸລະກິດມາກ່ອນ ເຮັດໃຫ້ພົບບັນຫາກັບການບໍລິຫານເງິນພາຍໃນຮ້ານ ການເຮັດການຕະຫຼາດຕ່າງໆ ຈົນເຂົ້າສູ່ປີທີ່ 3 ຮ້ານເລີ່ມໄປບໍ່ລອດ 

          ໃນຊ່ວງນັ້ນໄດ້ມີໂອກາດພົບກັບເພື່ອນຂອງຮຸ່ນນ້ອງ ຄື ທ່ານ ເບີດ ປີຍາວຸດ ທະນາພັນປະເສີດ ກໍໄດ້ມີການແລກປ່ຽນເວົ້ານຳກັນ ແລະ ບອກເລົ່າວ່າເຂົາກຳລັງເຮັດວຽກຫຍັງ ທຸລະກິດຫຍັງ ໃນຄະນະທີ່ຂ້ອຍນັ່ງຟັງ ພໍໄດ້ຍິນຄຳວ່າ ເຄື່ອຄ່າຍ ຕ້ອງມີສິນຄ້າ ຕ້ອງຂາຍເຄື່ອງ ຕ້ອງໄປນັ່ງຮຽນຮູ້ ປະໂຫຍກທຳອິດທີ່ເວົ້າກັບ ເພື່ອນຄົນນີ້ໄປທັນທີວ່າ ເທື່ອໜ້າຖ້າມາຮ້ານຂ້ອຍອີກບໍ່ຕ້ອງຊວນຂ້ອຍອີກແລ້ວເດີ້ ອາຊີບແບບນີ້ຂ້ອຍບໍ່ມັກ 

          ເມື່ອເຖິງມື້ໜຶ່ງທີ່ທຸລະກິດຂ້ອຍມັນທໄດຖອຍສຸດໆ ໄປບໍ່ລອດແທ້ໆ ຂ້ອຍເຖິງຂັ້ນໂທໄປຂໍໂອກາດ ໃນການຟັງທຸລະກິດນີ້ອີກເທື່ອຫນຶ່ງຈາກເພື່ອນຮຸ່ນນ້ອງຄົນນີ້ ຫຼັງຈາກຂ້ອຍມີໂອກາດໄດ້ເຂົ້າແຄ້ມທີ່ບໍລິສັດຈັດ ຄວາມຄິດທຳອິດທີ່ຂ້ອຍຄິດ ແລະ ເວົ້າກັບຕົນເອງວ່າ ບັນຍາກາດແບບນີ້ ງານແບບນີ້ ເປັນງານທີ່ຂ້ອຍມັກແລະຕາມຫາມາຕະຫຼອດຊີວິດ ຫຼັງຈາກອອກຈາກງານແຄ້ມ ຂ້ອຍຕັດສິນໃຈເຊັ້ງເຄື່ອງໃນຮ້ານທັງໝົດ ແລະ ປິດກິດຈະການທັນທີ ຂ້ອຍມຸ່ງໝັ້ນທີ່ຈະຮຽນຮູ້ ແລະ ຕິດຕາມລົງພື້ນທີ່ກັບທ່ານ ເບີດ ໄປໃນທຸກທີ່ຂອງເນື້ອງານ ຫນຶ່ງປີເຕັມກັບການຮຽນຮູ້ພຽງລຳພັງ ເພາະຄະນະນັ້ນຂ້ອຍຍັງບໍ່ມີທີມງານເລີຍຈັກຄົນ ແຕ່ໃນໃຈຄິດສະເໝີວ່າ ມື້ໜຶ່ງທີ່ເຮົາເກັ່ງ ແລະ ມີສັກກາຍະພາບຫຼາຍພໍ ເຮົາກໍຈະພົບຄົນທີ່ເອົາຈິງຄືເຮົາແນ່ນອນ 

          ຜ່ານໄປໃນປີທີ່ 2 ຂ້ອຍພັດທະນາຕົນເອງຂື້ນເປັນວິທະຍາກອນບັນຍາຍສອນວຽກເອງ  ແລະ ເລີ່ມມີທີມງານຕົວຈິງທີ່ຕັດສິນໃຈຢາກປ່ຽນແປງຊີວິດ ແລະ ຢາກປະສົບຄວາມສໍາເລັດຫຼັ່ງໄຫຼ ເຂົ້າມາຮ່ວມທຸລະກິດນຳກັນເລື້ອຍໆ ຈົນຂ້ອຍເລີ່ມມີຜົນໄດ້ຮັບເກີດຂຶ້ນໃຫ້ເຫັນແທ້ໆ ເພາະທຸລະກິດເຄື່ອຄ່າຍ ເຮັດໃຫ້ຂ້ອຍຫຼຸດພົ້ນຈາກວົງຈອນຊີວິດຂອງງານປະຈຳ ມີລາຍໄດ້ທີ່ຫລາຍຂື້ນ ແລະສາມາດປ່ຽນຈາກລົດຄັນເກົ່າໆ ມາເປັນລົດເກງປ້າຍແດງໄດ້ຫນຶ່ງຄັນດ້ວຍເງິນສົດ ບ້ານທີ່ມີຄວາມຝັນໄວ້ວ່າ ຢາກສ້າງບ້ານສະໄຕລີສອດ ກໍໄດ້ລົງມືເຮັດ  ພ້ອມທັງຂ້ອຍ ໄດ້ມີໂອກາດໃຫ້ເງິນກ້ອນທຳອິດທີ່ໃນຊີວິດຫາໄດ້ກັບພໍ່ແມ່ ຄົນລະ 100,000 ບາດ ແລະໃຫ້ທ່ານຢ່າງສະຫມ່ຳສະເຫມີທຸກເດືອນ ທຸກມື້ນີ້ ພໍ່ແມ່ບອກກັບຂ້ອຍວ່າ ພໍ່ແມ່ໂຊກດີຄືກັນທີ່ມີຂ້ອຍເປັນລູກ

          ມື້ນີ້ໄດ້ມາພົບກັບທຸລະກິດເອໂຟເອັສ ຕ້ອງຂໍຂອບໃຈ ຜູ້ທີ່ເປີດໂອກາດທາງ ທຸລະກິດີໆ ແບບນີ້ ທ່ານ ເບີດ  ປີຍາວຸດ ທະນາພັນປະເສີດ ອັບໄລ ແລະ ຄູ ຄົນທຳອິດທີ່ສອນວຽກມາຕັ້ງແຕ່ເລີ່ມຕົ້ນເຂົ້າສູ່ທຸລະກິດ ລວມເຖິງອັບໄລ ທ່ານອື່ນໆ ທີ່ຄ່ອຍເບິ່ງແຍງຂ້ອຍມາຢ່າງຕໍ່ເນື່ອງ ແລະ ທ່ານປະທານບໍລິສັດ ທ່ານ ນິຕິ ສະຫວ່າງຊັບ ທີ່ໄດ້ສ້າງສັນບໍລິສັດ ແລະ ສິນຄ້າດີໆ ແບບນີ້ມາໃຫ້ ພວກເຮົາໄດ້ມີສຸ​ຂະ​ພາບທີ່ດີພ້ອມກັບຊີວິດທີ່ສາມດອອກແບບໄດ້ ຕາມໄລສະໄຕທີ່ເຮົາຕ້ອງການ

          ເອໂຟເອັສສາມາດພິສູດ ໃຫ້ເຫັນວ່າມີສິນຄ້ານະວັດຕະກໍາທາງການກະເສດອິນຊີລະດັບໂລກ ທີ່ສາມາດຂະຫຍາຍທຸລະກິດນີ້ໄປໄດ້ທົ່ວໂລກແທ້ໆ ພ້ອມກັບສິນຄ້າ ນະວັດຕະກຳກຸ່ມອື່ນໆ ອີກຫລາຍ ເຊິ່ງມື້ນີ້ຂ້ອຍກໍໄດ້ຂະຫຍາຍທີມງານທັງໃນປະເທດ ແລະຕ່າງປະເທດຫຼາກຫຼາຍ ເຊັ່ນ ກຳປູເຈຍ ລາວ ຫວຽດນາມ ມາເລເຊຍ ໆລໆ ແລະໝັ້ນໃຈວ່າ ຈະສາມາດຂະຫຍາຍທຸລະກິດກັບເອໂຟເອັສ ໄປໄດ້ທົ່ວໂລກແນ່ນອນ

          “ຂ້ອຍເຊື່ອວ່າ ທຸກທ່ານທີ່ກຳລັງຕັດສິນໃຈທີ່ຈະເຂົ້າມາເອໂຟເອັສ ເພື່ອການປ່ຽນແປງຄັ້ງຍິ່ງໃຫຍ່ໃນຊີວິດ ກໍສາມາດປະສົບຄວາມສໍາເລັດໄດ້ເຊັ່ນກັນ ຂ້ອຍໝັ້ນໃຈວ່າຂ້ອຍສາມາດນຳພາທີມງານທຸກທ່ານໄປສູ່ເປົ້າໝາຍ ແລະເຖິງຝັ່ງຝັນໄດ້ຢ່າງແນ່ນອນ”

ປະມວນຮູບພາບຂອງເລື່ອງຊີວິດຂອງນັກທຸລະກິດ A4S

ເສັ້ນທາງສູ່ຄວາມສໍາເລັດຂອງນັກທຸລະກິດ A4S

ກໍລະກົດ 2018

Assistant Vice President

ກໍລະກົດ 2018

Senior Director

ກັນຍາ 2017

Director

ສິງຫາ 2017

Manager

ສິງຫາ 2017

Supervisor

ສິງຫາ 2017

Start a Business A4S

ຖ້າຢາກໄດ້ກໍ່ຕ້ອງເຮັດເອງດ້ວຍມືເຮັດດ້ວຍໃຈ ຖ້າຢາກປະສົບຜົນສຳເລັດຕ້ອງຕັ້ງໃຈ

ພັດຊະນີ ໄຊທຳມາ

ມີເປົ້າໝາຍທີ່ຊັດເຈນ, ສຸມໃສ່, ຮຽນຮູ້, ປະຕິບັດບໍ່ຖິ້ມເປົ້າໝາຍ ມັນສາມາດສໍາເລັດໄດ້ຢ່າງແນ່ນອນ

ລືໄທທິບ ນາໂພ

 ເຮັດມັນໄປເລື້ອຍໆສະຫມຳສະເຫມີແລະກ້າວເດີນຢ່າງມັ້ນຄົງຈົນ ມາຮອດມື້ນີ້ຂອບໃຈ A4S ທີ່ມີຜະລິດຕະພັນທີ່ຕອບສະຫນອງຄວາມຕ້ອງການຂອງລູກຄ້າ

ສິລິລັກ ຜິວອອນ

ເພາະກຸນແຈສໍາຄັນແມ່ນຄວາມຄອງແຄ້ວແລະຄວາມອົດທົນ

ທິຕາພອນ ທານ້ອຍ

ໂຊກຊະຕາຂອງຊີວິດແມ່ນຖືກກໍານົດໂດຍຄວາມຄິດຂອງເຮົາເອງມື້ນີ້ຂ້ອຍໄດ້ສ້າງຄວາມສໍາເລັດຮ່ວມກັນກັບທີມງານ ແລະ A4S

ໂກສົນ ດໍາສະອາດ

ເຄີຍ​ມີ​ແຕ່​ຫນີ້​ສິນ ແຕ່ເມື່ອຂ້ອຍໄດ້ຮູ້ຈັກກັບ A4S ເຮົາ​ຈຶ່ງ​ຮູ້​ວ່າ​ເຮົາ​ຄວນ​ເດີນ​ທາງ​ໃດ​ຈຶ່ງ​ຈະ​ປະສົບ​ຜົນ​ສຳເລັດ ມື້ນີ້ຊີວິດດີຂຶ້ນແລ້ວ

ຍຸພິນ ກໍລະລຳ

ເງິນສີ່ດ້ານໄດ້ຖືກເຮັດມາຫມົດແລ້ວສຸດທ້າຍໄດ້ມາເຈີ A4S, ການລົງທຶນຕ່ໍາ, ຄວາມສ່ຽງຕ່ໍາສາມາດອອກກິນເບັ້ຍເຮັດໄດ້ຈິງ

ສຸຣາວັດ ຕັ້ງພົງສີລະປະພາ

ບໍ່ມີຄວາມປາຖະຫນາໃດທີ່​ເຈົ້າ​ປາດ​ຖະ​ໜາ​ແລ້ວຈະ​ບໍ່​ໄດ້ສິງໃດທີ່ເຈົ້າເຊື່ອວ່າເຈົ້າສາມາດເຮັດໄດ້ ເຈົ້າຈະເຮັດມັນໄດ້ຍ່າງແນ່ນອນ​

ພົງພິລະ - ນັດທະພອນ ສີບຸນເຮືອງ

ຕົ້ນທຶນຊີວິດຕ່ໍາໄດ້ແຕ່ນັ່ງຈົ່ມ ມັນບໍ່ໄດ້ເຮັດໃຫ້ຊີວິດດີຂຶ້້ນແຕ່ຖ້າທ່ານໄດ້ລົງປະຕິບັດຜົນໄດ້ຮັບສາມາດປ່ຽນແປງຊີວິດຂອງພວກເຮົາໄດ້

ກນົກພອນ ຈຳປາວຽງ

ຜົນລັບ​ຂອງ​ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດມັນຂື້ນຢູ່ກັບສະພາບແວດລ້ອມທີ່ພວກເຮົາອາໄສຢູ່ ປຶ້ມທີ່ເຮົາອ່ານ ແລະຄົນທີ່ເຮົາເຊື່ອ  

ທະນະວັດ ສຸກຈິດ

ມັນທັງຫມົດກ່ຽວກັບການຕັ້ງໃຈ ເຈົ້າຕ້ອງຮູ້ວ່າເຈົ້າກຳລັງເຮັດເພື່ອຫຍັງ ເພາະ​ບໍ່​ມີ​ຄວາມ​ຝັນໃດ​ເກີນ​ກວ່າ​ສິ່ງທີ່​ໄດ້​ເຫັນ

ພັນພິພາ ແດງດີມາກ

ເຄີຍເຮັດວຽກຢູ່ໃນຫຼາຍອາຊີບແຕ່ມັກຈະພົບກັບອຸປະສັກ ປັດຈຸບັນຂ້ອຍເຊື່ອວ່າຄວາມສໍາເລັດສາມາດບັນລຸໄດ້ຜ່ານ A4S

ປອ ສຸພາກອນ ຂຸນພິລາດາ

ການເຮັດທຸລະກິດ A4S ຂອງພວກເຮົາແມ່ນຄ້າຍຄືການແລ່ນມາຣາທອນ ພວກເຮົາບໍ່ໄດ້ຫັກໂຫມ ແຕ່ພວກເຮົາບໍ່ເຄີຍຢຸດເຊົາການສູ້ໄປກັບ A4S

ຖານມົນ ຊົນຄີລີ

ຄິດເປັນ ເຫັນໂອກາດເພາະໂອກາດບໍ່ໄດ້ຜ່ານມາເລື້ອຍໆໃນຊີວິດ ເມື່ອເຫັນມັນແລ້ວ ຮີບຟ້າວຈັບມັນໄວ້

ສັກດາ - ສຸນີ ອ່ອນລັກ

ເດີນ​ຕາມ​ຮອຍ​ຂອງ​ຜູ້​ທີ່​ສົບ​ຜົນ​ສໍາ​ເລັດ ແລ້ວຊີວິດຂອງເຈົ້າຈະປະສົບຄວາມສຳເລັດຕາມທີ່ເຈົ້າຫວັງຈົ່ງຕັ້ງໃຈ ແລະ ລົງມືເຮັດ ບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້

ຊະວັນທອນ ພວງສະຫວ່າງ

ໂຊກດີທີ່ ຂ້ອຍໄດ້ພົບກັບ A4S ເຖິງແມ່ນວ່າພວກເຮົາບໍ່ແມ່ນຜູ້ຂາຍມາກ່ອນ ແຕ່ພວກເຮົາສາມາດຮຽນຮູ້ຈາກຜູ້ຊ່ຽວຊານທີ່ A4S

ດຸລະນີ ເຈມ

ເມື່ອຂ້ອຍມາຮຽນແຜນການຕະຫຼາດ 4545, ຂ້ອຍພະຍາຍາມຮຽນຮູ້ແລະເຮັດມັນ ຕອນນີ້ທີມງານທີ່ສ້າງໄດ້ທະວີຄູນແລະເຕີບໃຫຍ່ຫຼາຍ.

ພິມມະດາ ເງົາງາມ - ອາຣຸສ ວໍລະກຸນທະວີໂຄດ

ຖ້າເປົ້າຫມາຍຊັດເຈນອຸປະສັກຕ່າງໆລະຫວ່າງທາງບໍ່ສາມາດເຮັດຫຍັງເຈົ້າໄດ້

ນັດທະນັນ ຈະເລີນສິລິວິໄຊກຸນ

ສູ້​ບໍ່​ຍອມ​ແພ້ ຕາບ​ໃດ​ທີ່​ຍັງ​ມີ​ລົມ​ຫາຍ​ໃຈ ພະລັງທາງບວກ ແລະ ການໃຫ້ກຳລັງໃຈຂອງເຈົ້າຂອງເອງ ຈະເປັນແຮງກະຕຸ້ນໃຫ້ເຮົາເຕີບໂຕຢ່າງໝັ້ນຄົງ

ພັດທະຊັນຍາ ເທບພະວັນ

ຄົນທີ່ບໍ່ເຄີຍເຮັດຜິດແລະລົ້ມເຫລວນັ້ນແມ່ນ ຄົນທີ່ບໍ່ໄດ້ເຮັດຫຍັງເລີຍຄວາມສ່ຽງຕໍ່ຊີວິດແມ່ນຄວາມສ່ຽງທີ່ຈະບໍ່ເຮັດຫຍັງເລີຍ  

ທະນັດສອນ ຄົງປານ

ຂອບໃຈຜູ້ແນະນຳເຮົາ ເຮັດໃຫ້ພວກເຮົາພົບກັບບໍລິສັດທີ່ດີເຊັ່ນນີ້, ຍ່າງຄຽງຂ້າງກັບ A4S

ສີແພ ມັງກອນແກ້ວ

ແຜນການຕະຫຼາດທີ່ດີສົ່ງເສີມການພັດທະນາທັກສະຄວາມຮູ້ມັນຊ່ວຍໃຫ້ພວກເຮົາສາມາດຂະຫຍາຍທີມໄດ້ແທ້

ພິສິດພົງ-ລັດຕະນະມະນີ ຍອດຈັນ

ບໍ່​ມີ​ຫຍັງ​ເປັນ​ໄປ​ບໍ່​ໄດ້ ຖ້າຫົວໃຈເຮົາເຂັ້ມແຂງພໍຢ່າຢຸດຝັນຢ່າຢຸດຍ່າງຈົນກວ່າເຈົ້າຈະພົບຄວາມສຳເລັດທີ່ເຈົ້າຫວັງ

ດີເລດ ກຮີທາ

ເຄີຍມີຄວາມຢ້ານທຸລະກິດເຄືອຂ່າຍ ຫຼັງຈາກສຶກສາແລະເປີດໃຈກັບ A4S ມື້ນີ້ພວກເຮົາມີທັດສະນະຄະຕິແລະແນວຄວາມຄິດທີ່ດີກວ່າໃນການດໍາລົງຊີວິດ.

ທະນະກອນ ອະໄພພົງ

ຢາກມີຊີວິດຄວາມເປັນຢູ່ທີ່ດີຂຶ້ນເຂົ້າມາລອງເຮັດມັນກັບ A4S ເພາະການຮຽນຮູ້ ລົງມືເຮັດ ຈັງໃດກໍ່ປະສົບຜົນສຳເລັດແນ່ນອນ

ໂສພາ ນາຍສຸກ

ເຈົ້າຕ້ອງກ້າວໄປຂ້າງໜ້າເພາະທ້າຍທີ່ສຸດແລ້ວ ບໍ່ມີຄວາມສໍາເລັດໃດໄດ້ມາໂດຍບໍ່ມີຄວາມພະຍາຍາມ

ຈູ​ໄລ​ລັດ - ປະ​ເດີມ ມຸມ​ທອງ

ນັບຕັ້ງແຕ່ໄດ້ພົບກັບ A4S ໄດ້ຮຽນຮູ້ແລະລົງມືປະຕິບັດເປັນປະຈໍາມື້ນີ້ຂ້ອຍເຂົ້າໃຈວ່າຊີວິດແມ່ນດີຂື້ນມັນສາມາດຖືກສ້າງຂື້ນຢ່າງແທ້ຈິງຢູ່ທີ່ນີ້

ສົມປອງ - ບຸນສົມ ອຸດົມຮັກ

ຄວາມສະຫມ່ຳສະເຫມີເທົ່າກັບທະວີຄູນຄວາມສໍາເລັດ

ສິລິສັກ ໂນນພຸກ